ກ່ຽວກັບເຄືອຂ່າຍສະມາຄົມລາວບໍ່ຫັວງຜົນກໍາໄລ (LNN)

ແນະນໍາລວມ

ເຄືອຂ່າຍສະມາຄົມລາວບໍ່ຫັວງຜົນກໍາໄລ ໄດ້ກໍ່ຕັ້ງຂື້ນຢ່າງບໍ່ເປັນທາງການຮ່ວມກັບບັນດາສະມາຄົມ ຕ່າງໆ ຊຶ່ງເຮັດວຽກ ທາງດ້ານການພັດທະນາທີ່ໄດ້ຮັບອານຸມັດສ້າງຕັ້ງ ແລະ ຂື້ນທະບຽນຈາກບັນດາ ສໍານັກງານທີ່ກ່ຽວຂ້ອງຂອງລັດຖະບານ ເຊັ່ນ: ສໍານັກງານແນວລາວສ້າງຊາດ ແລະ ສະພາວິທະຍາສາດ ແຫ່ງຊາດ. ການກໍ່ຕັ້ງ ແລະ ພັດທະນາແມ່ນໄດ້ເລີ່ມ ແຕ່ຕົ້ນເດືອນ 3 ປີ 2009 ຈຸດປະສົງ-ເພື່ອສົ່ງເສີມການປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໃນເບື້ອງຕົ້ນເຄືອຂ່າຍມີຊື່ວ່າ “ ກຸ່ມສະມາຄົມຊ່ວຍເຫຼືອຊຶ່ງກັນ ແລະ ກັນ” ແລະ ຫັຼງຈາກນັ້ນ ຈິ່ງປ່ຽນມາເອີ້ນຊື່ໃໝ່ວ່າ “ ເຄືອຂ່າຍສະມາຄົມບໍ່ຫວັງຜົນກຳໄລ” ນີ້ກໍ່ເພາະວ່າເພື່ອຢາກໃຫ້ ຊື່ ແລະ ເປົ້າໝາຍ ຂອງເຄືອຂ່າຍສອດຄ່ອງ ແລະ ກົມກ່ຽວກັນ. 

ເຄືອຂ່າຍສະມາຄົມບໍ່ຫວັງຜົນກໍາໄລ ​ເປັນ​ອົງການ​ຈັດ​ຕັ້ງ​ຂອງ​ຄົນ​ລາວ​ສ້າງ​ຕັ້ງ​ຂື້ນ​ຢ່າງບໍ່ເປັນທາງການ ແລະ ບໍ່​ກ່ຽວຂ້ອງ​ກັບ​ການ​ເມືອງ. ຈຸດປະສົງ​ຕົ້ນ​ຕໍ່​ແມ່ນເພື່ອປະສານ​ງານ, ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຜູກແຫນ້ນຄວາມສາມັກຄີ ແລະ ຊ່ວຍເຫຼືອຊຶ່ງ​ກັນ​ແລະ​ກັນ​ໃນ​ການ​ສ້າງ​ຄວາມ​ອາດ​ສາມາດ​ໃຫ້​ແກ່​ສະມາຊິກ​ດ້ວຍ​ກັນ ໂດຍບໍ່ຫວັງຜົນກຳໄລ ​ເຄື່ອຂ່າຍ​ມີ​ຄວາມ​ມຸ້ງໝາຍຊອກ​ຫາ​ຜູ້​ຮ່ວມ​ງານ​ ແລະ ຜູ້​ໃຫ້​ທຶນເພື່ອ​ຂໍ​ເອົາ​ທຶນຮອນ​ມາ​ປະກອບສ່ວນ​ປະຕິບັດ​ບັນດາ​ກິດຈະ ກຳ​ຕ່າງໆ​ຂອງ​ເຄືອ​ຂ່າຍ ແລະ​ ກຸ່ມ​ເປົ້າ​ໝາຍ​ເພື່ອ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ ສປປ ລາວ
ຜູ້​ຮ່ວມ​ງານ​ແລະຜູ້​ໃຫ້​ທຶນ​ແກ່​ການ​ພັດທະນາເຄືອ​ຂ່າຍ​ໃນ​ປະຈຸ​ບັນ​ນີ້​ມີ: ອົງການ​ພັດທະນາ​ຂອງ​ເຢຍລະ​ມັນ (DED) ​ແລະ​ ອົງການ​ຄອນ​ເຊີນ​ເວີນ​ວາຍ, ​ເຂົາ​ເຈົ້າ​ໄດ້​ຊ່ວຍ​ເຫຼືອ​ດ້ານ​ກາ​ນພັດທະນາ​ຄວາມ​ອາດ​ສາມາດ​ໃຫ້​ແກ່​ພະນັກ ງານ​ຂອງ​ສະມາຊິກ​ເຄືອ​ຂ່າຍ ແລະ ຫ້ອງການ​ສຳລັບ​ເຮັດ​ວຽກ. ທາງ​ເຄືອ​ຂ່າ​ຍ​ໄດ້​ພົວພັນ​ແລະເຮັດ​ວຽກຮ່ວມຢ່າງ​ໃກ້​ສິດ​ກັບ​ ພະນັກງານຂອງອົງການ​ຄອນ​ເຊີນ​ເວີນ​ວາຍທີ່ປະຕິບັດ​ວຽກ​ງານ​ກ່ຽວ​ກັບ​ອົງການ​ຈັດ​ຕັ້ງ​ມວນ​ຊົນ

 

ກິດຈະກໍາ​ຕ່າ​ງໆ​ຂອງ​ເຄືອ​ຂ່າຍ​ໃນ​ປະຈຸ​ບັນ

ໄຕ້​ການ​ຮ່ວມ​ມື​ຢ່າງ​ໃກ້​ສິດ​ກັບ​ບັນດາ​ຜູ້​ຮ່ວມ​ງານ​ພາຍ​ໃນ ​ແລະ​ ຕ່າງປະ​ເທດ​ເຄືອ​ຂ່າຍ​ໄດ້ແລະພ້ອມ​ປະຕິບັດ:
  • ຈັດ​ຕັ້ງກາ​ນ​ເຝິກອົບຮົມ​ເພື່ອ​ສ້າງຄວາມ​ອາດ​ສາມາດ​ໃຫ້​ແກ່​ພະນັກງານ​ຂອງ​ສະມາຊິກ​ເຄືອ​ຂ່າຍ​​ໃນ​ຫຼາຍ​ຫົວ​ຂໍ້ທີ່​ຈໍາ​ເປັນ​ແລະ​ຂັດ​ເລືອກ
  • ຈັດ​ຕັ້ງກາ​ນ​ໄປ​ທັດສະນະ​ສຶກສາ​​ແລກປ່ຽນ​ຖອດ​ຖອນ​ບົດຮຽນ​ນໍາບັນ​ດາ​ເຄື່ອຂ່າຍ​ໃນ​ປະ​ເທດ​ໄກ້​ຄຽງ ​ເຊັ່ນ: ສສ ຫວຽດນາມ ​ແລະ​ ກໍາ​ປູ​ເຈຍ
  • ປະສານງານຮ່ວມ​ກັນເພື່ອ​ແລກປ່ຽນ​ຂໍ້​ມູນດ້ວຍ​ຮູບ​ແບບ​ຕ່າງໆ ​ເຊັ່ນ: ການຈັດ​ພິມ​​ແຜ່ນ​ພັບ, ໂຄສະນາ​​ ແລະ ຂ່າວສານ​ຕ່າງໆ, ຈັດກອງປະຊຸມ​​ເພື່ອປຶກສາ​ຫາລື​ ແລະ ອື່ນໆ
 

Subscribe to Lao NPA Forum

ກິດຈະກຳ
ປ້າຍໂຄສະນາ
ປ້າຍໂຄສະນາ
ປ້າຍໂຄສະນາ